ຂົມ​ແຕ່​ມີປະໂຫຍດ 10 ຂໍ້​ດີ​ ຂອງ​ ມະ​ຮະ​

Description: http://kidork.com/images/full/post/

ໃຜ​ທີ່​ບໍ່​ມັກ​ກິນ​ຜັກ​ເລີຍ​ ຢາກ​ຈະ​ບອກ​ວ່າ​ການ​ກິນ​ຜັກ​ນັ້ນ​ມັນ​ດີ​ຕໍ່​ສຸຂະພາບ​ຂອງ​ເຮົາ​ເປັນ​ຢ່າງ​ຫລາຍ​ ຈະ​ເຮັດໃຫ້​ແຂງ​ແຮງ​ ຖ່າຍ​ງ່າຍ​ ຜິວ​ພັນ​ສວຍ​ງາມ​ແລະ​ຜັກ​ແຕ່​ລະ​ຊະນິດ​ກໍ​ມີ​ປະໂຫຍດ​ແຕກ​ຕ່າງ​ກັນ​ອອກ​ໄປ​ ຄື​ມະ​ຮະ​ ຖ້າ​ນຳ​ມາ​ປັ່ນ​ກິນ​ທຸກ​ເຊົ້າ​ຈະ​ເຮັດໃຫ້​ໜ້າ​ເດັກ​ ແຂງ​ແຮງ​ແຕ່​ແທ້ໆ​ ມະ​ຮະ​ກໍ​ບໍ່​ໄດ້​ມີ​ປະໂຫຍດ​ພຽງເທົ່ານີ້​ ແຕ່​ມີ​ຄຸນ​ປະໂຫຍດ​ອີກ​ຫຼວງຫຼາຍ​ເຖິງ​ 10 ຂໍ້​ເລີຍ​​ໄປ​ເບິ່ງ​ກັນ.​

10 ຂໍ້​ດີ​ ຂອງ​ມະ​ຮະ​ ຂົມ​ແຕ່​ມີປະໂຫຍດ​

1.ຊ່ວຍ​ຫຼຸດ​ການ​ສ່ຽງ​ເປັນ​ພະຍາດ​ເບົາ​ຫວານ​ ເພາະ​ມະ​ຮະ​ຂົມ​ ບໍ່​ມີ​ຄວາມ​ຫວານ​ຈຶ່ງ​ບໍ່​ເປັນ​ພະຍາດ​ເບົາ​ຫວານ​ໄດ້​ ແຖມ​ຍັງ​ຊ່ວຍ​ເສີມ​ການ​ຫຼັ່ງ​ອິນ​ຊູ​ລິນ​ໃນ​ຕັບ​ອ່ອນ​ ເພື່ອລົ​ດ​ການສ້າງ​ນ້ຳ​ຕານ​ຈາກ​ຕັບ​ດ້ວຍ​

2.ຊ່ວຍ​ຕ້ານ​ອ​ະນຸ​ມູນ​ອິດສະຫຼະ​ ຈະ​ຊ່ວຍ​ຫຼຸດ​ໂອ​ກາດ​ໃນ​ການ​ເກີດ​ມະ​ເຮັງ​ແລະ​ຜິວ​ພັນ​ຜ່ອງ​ໃສ​ ບໍ່​ຫ່ຽວ​ງ່າຍ​

3.ຊ່ວຍ​ປິ່ນປົວພະຍາດ​ຕັບ​ໄດ້​

4.ຊ່ວຍ​ໃນ​ການ​ຈະເລີນ​ອາຫານ​ ເຖິງ​ແມ່ນ​ຈະ​ຂົມ​ກໍ​ຕາມ​

5.ຊ່ວຍ​ຂັບ​ພະຍາດ​ທີ່​ຢູ່ໃນ​ຕົວ​ເຮົາ​ໄດ້​

6.ຄັ້ນ​ດື່ມ​ແບບ​ສົດ​ໆ​ ເປັນ​ຢາ​ລະບາຍ​ອ່ອນ​ໆ​ໄດ້​

7.ແກ້​ອາການ​ຂໍ້​ເຂົ່າ​ເສື່ອມ​ ບຳ​ລຸງ​ຂໍ້ກ​ະ​ດູກ​

8.ຊ່ວຍ​ຟອດ​ເລືອດ​ປິ່ນປົວພະຍາດ​ທີ່​ກ່ຽວກັບ​ຕັບ​

9.ຊ່ວຍ​ຍ່ອຍ​ອາຫານ​ໄດ້​

10.ເສີມ​ສ້າງ​ກະດູກ​ແລະ​ແຂ້ວ​ໃຫ້​ແຂງ​ແຮງ​ຂຶ້ນ​

 

ຄຸນປະໂຫຍດຂອງໝາກມອນ ແລະ ຂໍ້ຄວນລະວັງໃນການຮັບປະທານ

Description: http://kidork.com/images/full/post/

ໝາກ​ມອນ​ມີ​ຄຸນ​ປະ­ໂຫຍດ​ຕໍ່​ສຸ­ຂະ­ພາບ​ຢ່າງ​ຫຼວງ­ຫຼາຍ​ເຊັ່ນ: ຄວບ​ຄຸມ​ລະ­ດັບ​ນ້ຳ­ຕານ​ໃນ​ເລືອດ, ຊ່ວຍ​ຫຼຸດ​ລະ­ດັບ​ຄໍ​ເລສ​ເຕີ​ຣໍ​ຊະ­ນິດ​ທີ່​ບໍ່​ດີ (LDL) ແລະ ​ກະ​ຕຸ້ນ​ການສ້າງ​ຄໍ​ເລສ​ເຕີ​ຣໍ​ຊະ­ນິດ​ທີ່​ດີ (HDL)ພ້ອມ​ທັງ​ຍັງ​ຊ່ວຍ​ຫຼຸດ​ໄຂມັນ​ໃນຕັບ ແລະ​ຄວາມ​ສ່ຽງ​ໄຂມັນ​ຟອກຕັບ​ອີກ​ດ້ວຍ, ອຸດົມ​ໄປ​ດ້ວຍ​ສານຕ້ານ

​ອະນຸ​ມູນ​ອິດສະຫຼະ​ຊ່ວຍ​ດູ​ແລຜິວ​ໃຫ້​ນຸ່ມ​ນວນ ​ກຳຈັດ​ຮ່ອຍ​ດ່າງດຳ​ທີ່​ເກີດ​ຂຶ້ນ​ເທິງ​ຜິວ ແລະ ​ຍັງ​ບຳລຸງ​ຜົນ​

ໃຫ້​ເງົາ​ງາມ, ບຳ­ລຸງ​ສະໝອງ ແລະ​ ຫຼຸດ​ການ​ເກີດ​ພາວະ ອອກ​ຊີ​ເດ​ຊັນ ​ອັນ​ເປັນ​ສາຍເຫດຂອງ​ໂລກ​ຄວາມ

​ຈຳ​ເສື່ອມ​ ນອກຈາກ​ນີ້​ສານ​ຕ້ານ​ອະນຸ​ມູນ​ອິດສະຫຼະ​ ໃນ​ໝາກ​ມອນ​ກໍ​ຍັງ​ປ້ອງ​ກັນ​ບໍ່​ໃຫ້​ເຊລ​ສະໝອງຖືກ​

ທຳລາຍ, ກະ​ຕຸ້ນ​ການ​ໄຫຼ​ວຽນ​ຂອງ​ເລືອດເຮັດ​ໃຫ້​ຮ່າງ­ກາຍ​ສາ­ມາດ​ສົ່ງ​ອົກຊີແຊນ​ເຂົ້າ​ໄປ​ລ້ຽງ​ເນື້ອ​ເຍື່ອ ແລະ  ອະ​ໄວ​ຍະ​ວະ​ຕ່າງໆ​ໄດ້​ຫຼາຍ​ຂຶ້ນ.

ຂໍ້​ຄວນ​ລະວັງ​ ໃນ​ການ​ຮັບ​ປະທານ​ໝາກ​ມອນ​ເຖິງ​ແມ່ນ​ວ່າໝາກ​ມອນ​ຈະ​ມີ​ປະໂຫຍດ​ຫຼາຍ ແຕ່​ກໍ​ຄວນ​ລະມັດ

ລະວັງ​ໃນ​ການ ຮັບ​ປະທານ ໂດຍ​ສະເພາະ​ຜູ້​ທີ່​ມີອາການ​ແພ້​ໝາກ​ມອນ​ບໍ່​ຄວນ​ຮັບປະທານ​ຢ່າງ​ເດັດຂາດ​ ເພາະ​

ອາດເຮັດ​ໃຫ້​ອາການ​ໜັກ​ຂຶ້ນ ຂະ­ນະ​ທີ່​ຜູ້​ທີ່​ເປັນ​ເບົາຫວານ​ກໍ​ຄວນ​ຮັບ​ປະທານ​ໃຫ້​ພໍດີ ເນື່ອງ​ຈາກ​ເປັນ​ໝາກ​ໄມ້​

ຫຼຸດ​ນ້ຳຕານ​ໃນ​ເລືອດ ຖ້າ​ຫາກ ຮັບ​ປະ­ທານ​ຫຼາຍ​ເກີນ​ໄປ​ອາດ​ເຮັດໃຫ້​ນ້ຳຕານ​ໃນ​ເລືອດ​ຕ່ຳ​ຈົນ​ເປັນອັນຕະລາຍ​ໄດ້​ ທາງ​ທີ່​ດີ​ກ່ອນ​ຮັບປະທານ​ຄວນ​ປຶກ­ສາ​ຜູ້​ຊ່ຽວ​ກ່ອນ​ແມ່ນ​ຈະ​ດີ​ທີ່​ສຸດ.

 

ຮັກສາ​ແຜ​ໃນ​ກະເພາະ​ອາຫານ ແລະ ລຳ​ໄສ້​ດ້ວຍ​ນ້ຳ​ຢາ​ນາງ

Description: http://kidork.com/images/full/post/

 

ປະໂຫຍດ​ຂອງ​ນ້ຳ​ໃບ​ຢາ​ນາງ​ແມ່ນ​ມີ​ຢ່າງຫຼວງຫຼາຍ​ບໍ່​ວ່າ​ຈະ​ເປັນ​ການ​ ເຄືອບ​ແຜ​ໃນ​ກະເພາະອາຫານ ແລະ ລຳ​ໄສ້, ປັບ​ຄວາມ​ສົມ​ດຸນ​ຂອງ​ໂລກກົດ​ໃນ​ກະເພາະ​ອາຫານ​ທີ່​ໄດ້ຜົນ​ເປັນ​ຢ່າງ​ດີອີກຢ່າງ​ໜຶ່ງ​ລັກສະນະ​ຂອງ

ໃບ​ຢານາງແມ່ນ​ມີ​ກິ່ນເໝັນ​ຂຽວ (ບໍ່​ຕ້ອງ​ຕົກໃຈ) ຄ້າຍຄື​ກັນ​ກັບ​ໃບ​ຜັກໜອກ ແຕ່​ເມື່ອ​ດື່ມ​ແລ້ວ​ຈະ​ຮູ້ສຶກ​

ໄດ້​ທັນທີ​ວ່າ​ນ້ຳ​ໃບຢາ​ນາງ​ມີ​ສັບພະ​ຄຸນ ​ດີ​ກວ່າ​ນ້ຳ​ໃບ​ຜັກໜອກ, ໃບ​ຢານາງ​ເປັນ​ສະ​ໝຸນ​ໄພ​ທາດ​ເຢັນ ເໝາະ​ສຳ

ລັບ​ຄົນ​ທາດຮ້ອນ ຖ້າ​ດື່ມ​ເຂົ້າ​ໄປ​ແລ້ວ​ຮູ້­ສຶກ​ວ່າ​ໜາວ​ກໍ​ໃຫ້​ຫຼຸດປະລິມານ​ການ​ດື່ມ​ລົງ ເນື່ອງ​ຈາກວ່າການ​ເຮັດ

​ນ້ຳໃບ​ຢາ​ນາງ​ດື່ມ​ນັ້ນ​ບໍ່​ໄດ້​ຜ່ານ​ການ​ຕົ້ມ ຈິ່ງ​ຄວນ​ເກັບໄວ້​ໃນ​ຕູ້ເຢັນ ແລະ ລະວັງ​ນ້ຳ​ໃບ​ຢາ​ນາງ​ບູດ​ກ່ອນດື່ມ.

Description: http://kidork.com/vendor/filemanager/images/v1/

Description: http://kidork.com/vendor/filemanager/images/v1/

    ການ​ເຮັດ​ນ້ຳ​ໃບ​ຢາ​ນາງ​ດື່ມ​ໂດຍ​ໃຊ້​ເຄື່ອງ​ປັ່ນ​ໃຫ້​ຄົງ​ຄຸນຄ່າ​ສານ​ ອາຫານ​ແມ່ນ​ມີ​ເຕັກນິກ​ຢູ່​ທີ່​ວິທີ​ການ​ປັ່ນ​ຄື: ບໍ່​ຄວນ​ກົດ​ປັ່ນ​ຄັ້ງ​ດຽວ​ຈົນ​ໃບ​ຢາ​ນາງ​ລະອຽດ ແຕ່​ຄວນ​ກົດ​ປັ່ນ​ແລ້ວ​ນັບ 1-2-3-4-5 ຢ່າງ​ດຽວ ແລ້ວ​ກົດ​ປິດ ລໍຖ້າ​ໃຫ້​ນ້ຳ​ໃບ​ຢາ​ນາງ​ຢຸດ​ປິ່ນ​ແລ້ວ ກົດ​ປັ່ນ​ອີກ​ຄັ້ງ​ນັບ 1-2-3-4-5 ຢ່າງ​ໄວ​ແລ້ວ​ກົດ​ປິດ ເຮັດ​ຊ້ຳ​ໄປເລື້ອຍໆ​ຈົນ​

ໃບ​ຢາ​ນາງ​ໝຸ່ນ​ລະອຽດ ວິທີ​ນີ້​ເຮັດ​ໃຫ້​ໂມ​ເລ​ກຸນ​ຂອງສານ​ອາຫານ​ບໍ່​ປ່ຽນ​ຮູບ​ຮ່າງ​ໄປຈາກ​ເກົ່າ ສຳເລັດ​ແລ້ວ

​ກໍ​ຕອງດ້ວຍ​ຜ້າ​ຂາວ​ບາງ​ແຊ່​ເຢັນ​ໄວ້​ດື່ມ ເນື່ອງ​ຈາກ​ບໍ່​ໄດ້​ຜ່ານ​ຂະ​ບວນ​ການຕົ້ມ ຈິ່ງ​ຄວນ​ເກັບ​ໄວ້​ໃນ​ຕູ້ເຢັນ ແລະ ກ່ອນ​ດື່ມ​ຄວນ​ລະວັງ​ຢ່າ​ໃຫ້​ນ້ຳ​ໃບຢາ​ນາງ​ບູດ.

Description: http://kidork.com/vendor/filemanager/images/v1/

 

 

 
   
   
   
   
   
   
   
   
   
 
   
   
   
   
   
   
   
   
   

 
Free Web Hosting